ຫມວດ: ການເງິນ
photo
+ ເຫດຜົນທີ່ຄວນຮູ້ ແລະ ວັດແທກຢ່າງສະໝ່ຳາສະເໝີ • ການປະເມີນຄວາມຄຸ້ມຄ່າຂອງການລົງທຶນ (ROI): ຊ່ວຍໃຫ້ເຫັນວ່າການລົງທຶນໄປນັ້ນໄດ້ຜົນຕອບແທນດີປານໃດ, ສາມາດວັດແທກຄວາມສາມາດໃນການສ້າງຜົນຕອບແທນຈາກການລົງທຶນ ແລະ ຊ່ວຍໃຫ້ຮູ້ວ່າການໃຊ້ຈ່າຍໃນໂຄງການຕ່າງໆມີຄວາມຄຸ້ມຄ່າຫຼືບໍ່. • ການວັດປະສິດທິພາບການໃຊ້ຊັບສິນ (ROA): ປະເມີນວ່າບໍລິສັດສາມາດນຳໃຊ້ຊັບສິນເພື່ອສ້າງກຳໄລໄດ້ດີປານໃດ ແລະ ສະແດງໃຫ້ເຫັນວ່າການບໍລິຫານຊັບສິນມີປະສິດທິພາບຫຼາຍນ້ອຍປານໃດ. • ການສ້າງຜົນຕອບແທນໃຫ້ຜູ້ຖືຮຸ້ນ (ROE): ວັດແທກວ່າບໍລິສັດສາມາດປ່ຽນທຶນຂອງຜູ້ຖືຮຸ້ນໃຫ້ກາຍເປັນກຳໄລໄດ້ດີປານໃດ, ເປັນຕົວຊີ້ວັດທີ່ສຳຄັນສຳລັບນັກລົງທຶນໃນການຕັດສິນໃຈລົງທຶນ. >>> ການຕິດຕາມຕົວຊີ້ວັດເຫຼົ່ານີ້ຢ່າງສະໝ່ຳາສະເໝີ ຈະຊ່ວຍໃຫ້ສັງເກດເຫັນສັນຍານເຕືອນໄພກ່ອນໄວ້ກ່ອນ ຖ້າມີບັນຫາ ຫຼື ຈຸດທີ່ຕ້ອງປັບປຸງ. ນອກຈາກນີ້ ຍັງເປັນເຄື່ອງມືໃຫ້ຜູ້ບໍລິຫານວາງແຜນຍຸດທະສາດ ແລະ ຕັດສິນໃຈໂດຍອີງໃສ່ຂໍ້ມູນທີ່ຊັດເຈນ. ຕົວຢ່າງ: 1 ROI (ການຕອບແທນຈາກການລົງທຶນ) ◦ ສູດ: ROI = (ກຳໄລສຸດທິ ÷ ຕົ້ນທຶນການລົງທຶນ) × 100% ຕົວຢ່າງ: ສົມມຸດວ່າບໍລິສັດລົງທຶນໃນໂຄງການໜຶ່ງດ້ວຍຕົ້ນທຶນ 1,000,000 ກີບ ແລະ ໄດ້ກຳໄລສຸດທິ 200,000 ກີບ. ROI = (200,000 ÷ 1,000,000) × 100 = 20% 2 ROA (ການຕອບແທນຈາກຊັບສິນ) ◦ ສູດ: ROA = (ກຳໄລສຸດທິ ÷ ຊັບສິນລວມ) × 100% ຕົວຢ່າງ: ຖ້າບໍລິສັດມີກຳໄລສຸດທິ 150,000 ກີບ ແລະ ຊັບສິນລວມ 1,500,000 ກີບ. ROA = (150,000 ÷ 1,500,000) × 100 = 10% 3 ROE (ການຕອບແທນຈາກທຶນຂອງຜູ້ຖືຮຸ້ນ) ◦ ສູດ: ROE = (ກຳໄລສຸດທິ ÷ ທຶນຂອງຜູ້ຖືຮຸ້ນ) × 100% ຕົວຢ່າງ: ສົມມຸດວ່າບໍລິສັດມີກຳໄລສຸດທິ 250,000 ກີບ ແລະ ທຶນຂອງຜູ້ຖືຮຸ້ນ 1,000,000 ກີບ. ROE = (250,000 ÷ 1,000,000) × 100 = 25% ການຮູ້ ແລະ ຄຳນວນ ROI, ROA ແລະ ROE ເປັນສິ່ງທີ່ຈຳເປັນສຳລັບການຕິດຕາມ ແລະ ວິເຄາະຜົນການດຳເນີນງານຂອງທຸລະກິດຢ່າງຕໍ່ເນື່ອງ ເພາະມັນຊ່ວຍໃຫ້: - ກວດສອບຄວາມຄຸ້ມຄ່າຂອງການລົງທຶນ ແລະ ການໃຊ້ຊັບສິນ. - ປຽບທຽບກັບມາດຕະຖານຂອງອຸດສາຫະກຳ ແລະ ຄູ່ແຂ່ງໃນຕະຫຼາດ. - ປັບປຸງຍຸດທະສາດ ແລະ ຕັດສິນໃຈເພື່ອເພີ່ມປະສິດທິພາບ ແລະ ກຳໄລໃນອະນາຄົດ.
ວັນທີ: 26-10-2025 7:20 AM
ຫມວດ: ການເງິນ
photo
ເງິນປັນຜົນ ( dividend ) ແມ່ນເງິນສົດ, ຊັບສິນອື່ນໆ ຫຼື ຫຸ້ນຂອງບໍລິສັດເອງທີ່ບໍລິສັດຈ່າຍໃຫ້ແກ່ຜູ້ຖືຮຸ້ນເປັນການແບ່ງກຳໄລ. ນະໂຍບາຍເງິນປັນຜົນ( Dividend Policy ) ແມ່ນນະໂຍບາຍທີ່ຝ່າຍບໍລິຫານຂອງທຸລະກິດໃຊ້ໃນການຕັດສິນເພື່ອຈັດສັນຜົນກຳໄລຂອງທຸລະກິດໃຫ້ແກ່ຜູ້ຖືຮຸ້ນໃນຮູບແບບຂ
ວັນທີ: 09-05-2023 3:57 PM
ຫມວດ: ການເງິນ
photo
ການວິເຄາະ SWOT ແມ່ນຫຍັງ?
ວັນທີ: 05-05-2021 6:44 AM
ຫມວດ: ການເງິນ
photo
ຄວາມໝາຍຂອງອັດຕາສ່ວນປະສິດທິພາບ (Efficiency Ratios) ແມ່ນຫຍັງ ທາງ Bansi Academy ຈະເລົ່າສູ່ຟັງ: ອັດຕາສ່ວນປະສິດທິພາບ ແມ່ນກຸ່ມຕົວຊີ້ວັດທາງການເງິນທີ່ໃຊ້ວັດແທກວ່າທຸລະກິດໃຊ້ຊັບພະຍາກອນ (ເຊັ່ນ: ສິນຄ້າໃນສາງ, ລູກໜີ້, ຊັບສິນຕ່າງໆ) ມີປະສິດທິພາບສູງພຽງໃດໃນການສ້າງລາຍຮັບ ຫຼື ກຳໄລ. ເວົ້າແບບງ່າຍໆ = ມັນສະແດງໃຫ້ເຫັນວ່າທຸລະກິດໃຊ້ສິ່ງທີ່ມີຢູ່ໄດ້ຄຸ້ມຄ່າປານໃດ. ອັດຕາສ່ວນທີ່ສຳຄັນໄດ້ແກ່: (1) ອັດຕາສ່ວນການຫມູນວຽນສິນຄ້າຄົງຄັງ (Inventory Turnover Ratio) ສູດ ອັດຕາສ່ວນການຫມູນວຽນສິນຄ້າຄົງຄັງ} = ຕົ້ນທຶນຂາຍ (COGS)/ສິນຄ້າຄົງຄັງສະເລ່ຍ ບອກຫຍັງ? ວັດແທກວ່າສິນຄ້າຄົງຄັງຖືກຂາຍອອກໄວປານໃດ (ຂາຍໄດ້ຈັກຮອບຕໍ່ປີ). - ຖ້າຄ່າສູງ → ສິນຄ້າຫມູນວຽນໄວ, ບໍ່ມີສິນຄ້າຄ້າງສາງ. - ຖ້າຄ່າຕ່ຳ → ອາດເກັບສິນຄ້າໄວ້ດົນ, ເຮັດໃຫ້ເງິນຈົມ. ຕົວຢ່າງ ຕົ້ນທຶນຂາຍ (COGS) = 1,200,000 ກີບ/ປີ ສິນຄ້າຄົງຄັງສະເລ່ຍ = 300,000 ກີບ ອັດຕາສ່ວນການຫມູນວຽນສິນຄ້າຄົງຄັງ = 1,200,000 ÷ 300,000 = 4 ຮອບ/ປີ ໝາຍຄວາມວ່າ: ສິນຄ້າຖືກຂາຍ ແລະ ຫມູນວຽນ 4 ຄັ້ງຕໍ່ປີ, ຫຼື ປະມານທຸກໆ 3 ເດືອນ. (2) ອັດຕາສ່ວນການຫມູນວຽນຊັບສິນລວມ (Asset Turnover Ratio) ສູດ ອັດຕາສ່ວນການຫມູນວຽນຊັບສິນລວມ = ຍອດຂາຍສຸທິ (Net Sales)/ຊັບສິນລວມສະເລ່ຍ ບອກຫຍັງ? ວັດແທກວ່າທຸລະກິດໃຊ້ຊັບສິນທີ່ມີຢູ່ສ້າງຍອດຂາຍໄດ້ຄຸ້ມຄ່າປານໃດ. - ຖ້າຄ່າສູງ → ໃຊ້ຊັບສິນມີປະສິດທິພາບດີ. - ຖ້າຄ່າຕ່ຳ → ອາດລົງທຶນໃນຊັບສິນຫຼາຍເກີນໄປ ແຕ່ສ້າງຍອດຂາຍໄດ້ໜ້ອຍ. ຕົວຢ່າງ ຍອດຂາຍສຸທິ = 5,000,000 ກີບ/ປີ ຊັບສິນລວມສະເລ່ຍ = 2,500,000 ກີບ ອັດຕາສ່ວນການຫມູນວຽນຊັບສິນລວມ = 5,000,000 ÷ 2,500,000 = 2 ໝາຍຄວາມວ່າ: ທຸລະກິດໃຊ້ຊັບສິນ 1 ກີບ ສ້າງຍອດຂາຍໄດ້ 2 ກີບ. ລວມຄວາມແລ້ວ ອັດຕາສ່ວນການຫມູນວຽນສິນຄ້າໃນສາງ → ສະແດງໃຫ້ເຫັນວ່າສິນຄ້າໃນສາງຫມູນວຽນໄວປານໃດ. ອັດຕາສ່ວນການຫມູນວຽນຊັບສິນລວມ → ສະແດງໃຫ້ເຫັນວ່າຊັບສິນຂອງບໍລິສັດຖືກໃຊ້ສ້າງຍອດຂາຍໄດ້ຄຸ້ມຄ່າປານໃດ. ທັງສອງອັດຕາສ່ວນນີ້ຊ່ວຍໃຫ້ຜູ້ບໍລິຫານຮູ້ວ່າ “ການໃຊ້ຊັບພະຍາກອນມີປະສິດທິພາບພຽງພໍ” ຫຼື ຕ້ອງປັບປຸງໃນການເລັ່ງຂາຍ, ຫຼຸດຕົ້ນທຶນ ຫຼື ປັບການໃຊ້ຊັບສິນ.
ວັນທີ: 28-10-2025 8:19 AM
ຫມວດ: ການເງິນ
photo
ການວິເຄາະກະແສເງິນສົດ (Cash Flow Analysis) ເປັນຂະບວນການທີ່ສຳຄັນໃນການປະເມີນສະຖານະທາງການເງິນຂອງທຸລະກິດ ໂດຍຊ່ວຍໃຫ້ເຫັນເຖິງຄວາມສາມາດໃນການສ້າງເງິນສົດ, ການຈັດການເງິນສົດ, ແລະ ຄວາມສາມາດໃນການຊຳລະໜີ້. ເຕັກນິກສຳຄັນມີດັ່ງນີ້: 1. ການວິເຄາະເງິນສົດຈາກກິດຈະກຳ 3 ດ້ານ ແບ່ງເງິນສົດອອກເປັນ 3 ກິດຈະກຳຕາມໃບລາຍງານດະແສເງິນສົດ: - ກິດຈະກຳດຳເນີນງານ (Operating Activities): ສະແດງເງິນສົດຈາກການດຳເນີນທຸລະກິດຫຼັກ ເຊັ່ນ: ເງິນຮັບຈາກການຂາຍ, ເງິນຈ່າຍເດືອນ ເປັນຕົ້ນ. - ກິດຈະກຳການລົງທຶນ (Investing Activities): ສະແດງເງິນສົດຈາກການລົງທຶນໃນຊັບສົມບັດຖາວອນ ເຊັ່ນ: ຊື້ອຸປະກອນ, ຂາຍຊັບສົມບັດ. - ກິດຈະກຳຈັດຫາເງິນທຶນ (Financing Activities): ສະແດງເງິນສົດຈາກການລະດົມທຶນ ເຊັ່ນ: ກູ້ຢືມ, ຈ່າຍເງິນປັນຜົນ. ໃນນັ້ນ, ເຕັກນິກທີ່ໃຊ້ໃນການວິເຄາະ ກະແສເງິນສົດ ໄດ້ແກ່: - ປຽບທຽບເງິນສົດຈາກແຕ່ລະກິດຈະກຳລະຫວ່າງງົບ ເພື່ອເບິ່ງແນວໂນ້ມຂອງເງິນສົດ. - ກວດສອບວ່າເງິນສົດຈາກກິດຈະກຳດຳເນີນງານເປັນບວກຫຼືບໍ່ ເພາະເປັນຕົວຊີ້ບອກຄວາມສາມາດໃນການສ້າງເງິນສົດ. 2. ການວິເຄາະອັດຕາສ່ວນທາງການເງິນທີ່ກ່ຽວຂ້ອງກັບເງິນສົດ - Cash Flow Ratio: Cash Flow Ratio= ເງິນສົດຈາກກິດຈະກຳດຳເນີນງານ/ໜີ້ສິນຫມຸນວຽນ ເພື່ອວັດຄວາມສາມາດໃນການຊຳລະໜີ້ສັ້ນຄັ້ງ. - Operating Cash Flow to Sales Ratio: Operating Cash Flow to Sales= ເງິນສົດຈາກກິດຈະກຳດຳເນີນງານ/ຍອດຂາຍ ເພື່ອເບິ່ງວ່າຍອດຂາຍປ່ຽນເປັນເງິນສົດໄດ້ຫຼາຍຫນ້ອຍເທົ່າໃດ. - Cash Flow Coverage Ratio: Cash Flow Coverage = ເງິນສົດຈາກກິດຈະກຳດຳເນີນງານ/ພາລະດອກເບ້ຍ ເພື່ອວິເຄາະຄວາມສາມາດໃນການຊຳລະດອກເບ້ຍ. 3. ການວິເຄາະແນວໂນ້ມ (Trend Analysis) - ວິເຄາະເງິນສົດຍ້ອນຫຼັງຫຼາຍປີເພື່ອເບິ່ງແນວໂນ້ມ. - ເນັ້ນການປຽບທຽບເພື່ອເບິ່ງວ່າທຸລະກິດມີການພັດທະນາດ້ານການສ້າງເງິນສົດບໍ່. 4. ການວິເຄາະຄຸນນະພາບກຳໄລ (Earnings Quality) ປຽບທຽບກຳໄລສຸດທິກັບເງິນສົດຈາກການດຳເນີນງານ: - ຖ້າກຳໄລສູງແຕ່ເງິນສົດຕຳ່ ອາດຊີ້ບອກວ່າທຸລະກິດມີບັນຫາໃນການຮັບເງິນຈາກລູກໜີ້. 5. ການວິເຄາະເງິນສົດອິດສະຫຼະ (Free Cash Flow Analysis) ຄຳນວນເງິນສົດອິດສະຫຼະ: Free Cash Flow} = ເງິນສົດຈາກກິດຈະກຳດຳເນີນງານ} - ຄ່າໃຊ້ຈ່າຍລົງທຶນ ເພື່ອເບິ່ງວ່າທຸລະກິດມີເງິນສົດເຫຼືອພຽງພໍສຳລັບການຂະຫຍາຍກິດຈະກຳ ຫຼື ຈ່າຍເງິນປັນຜົນບໍ່.
ວັນທີ: 27-10-2025 7:41 AM
ຫມວດ: ການເງິນ
photo
ເຄື່ອງມືການວິເຄາະທາງການເງິນ (Financial Analysis Tools) ສາມາດແບ່ງອອກເປັນ 4 ກຸ່ມຫຼັກ ຕາມຈຸດປະສົງຂອງການວິເຄາະ ດັ່ງນີ້: ✅ 1. ການວິເຄາະອັດຕາສ່ວນທາງການເງິນ (Financial Ratio Analysis) ໃຊ້ວັດແທກຄວາມສາມາດໃນການສ້າງກຳໄລ, ສະພາບຄ່ອງ, ປະສິດທິພາບໃນການດຳເນີນງານ ແລະ ຄວາມໝັ້ນຄົງທາງການເງິນ ຕົວຢ່າງ: ອັດຕາສ່ວນຊັບສິນໝູນວຽນ, ອັດຕາສ່ວນໜີ້ສິນ, ອັດຕາສ່ວນກຳໄລ ແລະ ອື້ນໆ ✅ 2. ການວິເຄາະແນວໂນ້ມ (Trend Analysis) ໃຊ້ເພື່ອສຶກສາແນວໂນ້ມການເຕີບໂຕ ຫຼື ຫົດຕົວຂອງລາຍຮັບ, ລາຍຈ່າຍ, ກຳໄລ ຫຼື ລາຍການອື່ນໆ ຕາມໄລຍະເວລາ. ຕົວຢ່າງ: ລາຍຮັບຈາກການຂາຍ 3 ປີທີ່ຜ່ານມາ: ປີ 1 = 1,000,000 ປີ 2 = 1,300,000 ປີ 3 = 1,600,000 ➡️ ສະແດງໃຫ້ເຫັນແນວໂນ້ມລາຍຮັບເພີ່ມຂຶ້ນ ✅ 3. ການວິເຄາະແນວຕັ້ງ (Vertical Analysis) ໃຊ້ເພື່ອວັດແທກສັດສ່ວນຂອງລາຍການຕ່າງໆ ເມື່ອທຽບກັບລາຍການຫຼັກ ເຊັ່ນ: ຍອດຂາຍ ຫຼື ຊັບສິນລວມ, ເພື່ອກວດສອບໂຄງສ້າງລາຍຮັບ ຫຼື ຄ່າໃຊ້ຈ່າຍ. ຕົວຢ່າງ: ໃບລາຍງານຜົນການດຳເນີນງານ: ຍອດຂາຍ = 1,000,000 ຕົ້ນທຶນການຂາຍ = 600,000 ➡️ ຄິດເປັນ 60% ຂອງຍອດຂາຍ ກຳໄລຂັ້ນຕົ້ນ = 400,000 ➡️ ຄິດເປັນ 40% ຂອງຍອດຂາຍ ✅ 4. ການວິເຄາະແນວນອນ (Horizontal Analysis) ໃຊ້ເພື່ອປຽບທຽບການປ່ຽນແປງຂອງລາຍການທາງການເງິນໃນແຕ່ລະໄລຍະ ເພື່ອເບິ່ງອັດຕາການເຕີບໂຕ ຫຼືຫົດຕົວ. ຕົວຢ່າງ: ລາຍຈ່າຍປີກາຍ = 800,000 ລາຍຈ່າຍປີນີ້ = 1,000,000 ➡️ ເຫັນວ່າເພີ່ມຂຶ້ນ 25% ຈາກປີກາຍ. ເຊິ່ງໃນການວິເຄາະນັ້ນ ຕ້ອງນຳໃຊ້ການວິເຄາະຮ່ວມກັນທຸກກຸ່ມ ເພື່ອຈະເຫັນບັນຫາ ແລະ ໂອກາດຕ່າງໆ ໃນການດຳເນີນທຸລະກິດໄດ້ດີຂຶ້ນ ເພືາອກຳນົດແຜນການດຳເນີນງານໃຫ້ສອດຄ່ອງ.
ວັນທີ: 26-10-2025 6:30 PM
ຫມວດ: ການເງິນ
photo
ຫົວໜ່ວຍງົບປະມານຂັ້ນສອງ ສ້າງເອກະສານລາຍງານການເງິນປະຈຳເດືອນ ສຳເລັດ ແລ້ວສົ່ງໃຫ້ຫົວໜ່ວຍງົບປະມານຂັ້ນເບິ່ງ ພາຍຫຼັງ ປິດບັນຊີປະຈຳເດືອນ;
ວັນທີ: 08-06-2023 4:37 PM
ຫມວດ: ການເງິນ
photo
ເຄື່ອງມືການເງິນ ແມ່ນ ສັນຍາທີ່ພາໃຫ້ ຊັບສິນການເງິນ ຂອງວິສາຫະກິດໃດໜຶ່ງ ແລະ ໜີ້ສິນການເງິນ ຫຼື ເຄື່ອງມືການ ເງິນປະເພດທຶນເຈົ້າຂອງ ຂອງວິສາຫະກິດໜຶ່ງເພີ່ມຂຶ້ນ.
ວັນທີ: 05-06-2023 3:02 PM
ຫມວດ: ການເງິນ
photo
ການຄິດໄລ່ເລກເປີເຊັນກຳໄລຕໍ່ຍອດຂາຍ ແລະ ຕໍ່ລາຍຈ່າຍ ຈະຄິດໄລ່ແນວໃດ ....
ວັນທີ: 28-09-2023 9:23 AM
ຫມວດ: ການເງິນ
photo
ຫົວຂໍ້ສຳມະນາວິຊາການ “ການເງິນທະນາຄານ” - Finance for Banking ເປັນບົດສະໄລທີ່ ອາຈານ ໄດ້ເຄິຍບັນຍາຍວຽກງານ ໃນໄລຍະກ່ອນ ຄິດວ່າໜ້າຈະມີປະໂຫຍດ ເລີຍນຳມາເຜີຍແຜ່ແບບສາທາລະນະ ສະແດງໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນຂອງວຽກງານບັນຊີ, ການເງິນ, ເອກະສານລາຍງານການເງິນ, ການກວດກາພາຍໃນ ແລະ ຄັງເງິນ
ວັນທີ: 07-04-2021 9:21 PM