ຫມວດ: ບໍລິຫານ
photo
ຖ້າເວົ້າເຖິງ ຜູ້ປະກອບການ ຫຼື ເຈົ້າຂອງທຸລະກິດ ບໍ່ວ່າຈະເປັນທຸລະກິດນ້ອຍ ຫຼື ໃຫຍ່ ສິ່ງທີ່ຕ້ອງມີແທ້ໆ ຄື ທັກສະທີ່ຊ່ວຍໃຫ້ຢູ່ລອດໄດ້ໃນໄລຍະຍາວ ໂດຍມີ 3 ຂໍ້ທີ່ເປັນຫຼັກທີ່ສຳຄັນທີ່ສຸດ ດັ່ງນີ້: 3 ທັກສະນີ້ໄດ້ແກ່: 1. ການເງິນ → ຮັກສາເລືອດຂອງທຸລະກິດ 2. ຄົນ ແລະ ທີມ → ສ້າງກ້າມເນື້ອໃຫ້ທຸລະກິດເຕີບໂຕ 3. ຍຸທະສາດ ແລະ ການແກ້ບັນຫາ → ເປັນສະໝອງທີ່ນຳພາທຸລະກິດໄປຖືກທິດ ແລະ ເປົ້າໝາຍກຳນົດ. ເພື່ອໃຫ້ເຫັນພາບລະອຽດຂຶ້ນ ຈະຂໍຂະຫຍາຍຄວາມດັ່ງນີ້: 1. ທັກສະການຄຸ້ມຄອງການເງິນ (Financial Management) ຮູ້ຈັກການວາງແຜນກະແສເງິນສົດ (Cash Flow), ແຍກໃຫ້ອອກລະຫວ່າງ ກຳໄລ ກັບ ເງິນສົດທີ່ໝູນວຽນຢູ່ໃນທຸລະກິດ, ຕັດສິນໃຈກ່ຽວກັບການລົງທຶນ, ກູ້ຢືມ, ຫຼື ຊຳລະໜີ້ດ້ວຍເຫດຜົນ ແລະ ເຂົ້າໃຈຕົວເລກພື້ນຖານທາງການເງິນ ເຊັ່ນ: ກຳໄລຂັ້ນຕົ້ນ (Gross Profit), ຈຸດຄຸ້ມທຶນ (Break-even) ແລະ ຜົນຕອບແທນຈາກການລົງທຶນ (ROI) ເປັນຕົ້ນ. - ເພາະທຸລະກິດຫຼາຍແຫ່ງລົ້ມເຫຼວ ບໍ່ແມ່ນຍ້ອນ “ຂາຍບໍ່ໄດ້” ແຕ່ຍ້ອນ “ເງິນສົດໝູນບໍ່ທັນ” 2. ທັກສະການບໍລິຫານຄົນ ແລະ ທີມງານ (People & Leadership Skills) ຈັດສັນໃຫ້ຄົນຢູ່ໃນຕຳແໜ່ງທີ່ເໝາະສົມ (Right People, Right Job), ສ້າງແຮງຈູງໃຈ ແລະ ຄວາມຜູກພັນໃຫ້ກັບທີມງານ, ສື່ສານຢ່າງຊັດເຈນ ເພື່ອຫຼຸດຜ່ອນຄວາມເຂົ້າໃຈຜິດ ແລະ ກ້າມອບໝາຍ ແລະ ໄວ້ວາງໃຈທີມງານ. - ເຈົ້າຂອງທຸລະກິດທີ່ເຮັດທຸກຢ່າງດ້ວຍຕົນເອງຈະເມື່ອຍເກີນໄປ ແລະ ອາດສູນເສຍທິດທາງແບບບໍ່ຮູ້ໂຕ ດ້ວຍເຫດນັ້ນ ການສ້າງທີມ ແລະ ລະບົບທີ່ດີ ຄືຫົວໃຈຂອງການຂະຫຍາຍທຸລະກິດ. 3. ທັກສະການຄິດແບບກົນລະຍຸດ ແລະ ແກ້ບັນຫາ (Strategic Thinking & Problem Solving) ເບິ່ງໃຫ່ເຫັນພາບລວມ ແລະ ແນວໂນ້ມຂອງຕະຫຼາດ ຫຼື ຄູ່ແຂ່ງ, ຄິດວິເຄາະໂອກາດ ແລະ ຄວາມສ່ຽງກ່ອນຕັດສິນໃຈ, ປັບຕົວໄດ້ໄວເມື່ອສະຖານະການປ່ຽນແປງ ແລະ ໃຊ້ຂໍ້ມູນ (Data-driven) ຫຼາຍກວ່າຄວາມຮູ້ສຶກ. - ທຸລະກິດປ່ຽນແປງໄວຫຼາຍ. ຖ້າຂາດການເບິ່ງອະນາຄົດ ແລະ ການວາງແຜນທີ່ດີ ກໍຈະຖືກຕະຫຼາດປະໄວ້ຂ້າງຫຼັງ.
ວັນທີ: 18-11-2025 7:24 AM
ຫມວດ: ບໍລິຫານ
photo
ການກຳນົດຕົວຊີ້ວັດຜົນງານ (Key Performance Indicators - KPI) ໃຫ້ພະນັກງານເປັນສິ່ງທີ່ສຳຄັນຫຼາຍ ເພາະມັນເປັນຕົວຊີ້ບອກຄວາມສຳເລັດ ແລະ ປະສິດທິພາບໃນການເຮັດວຽກ. ການກຳນົດ KPI ທີ່ດີຄວນມີຄວາມຍຸຕິທຳ, ໂປ່ງໃສ, ແລະ ສອດຄ່ອງກັບເປົ້າໝາຍຂອງອົງກອນ ເພື່ອໃຫ້ພະນັກງານທຸກຝ່າຍຮູ້ສຶກຍຸຕິທຳ ແລະ ມີແຮງຈູງໃຈໃນການເຮັດວຽກ. ຫຼັກການກຳນົດ KPI ທີ່ດີ 1 ສອດຄ່ອງກັບເປົ້າໝາຍຂອງອົງກອນ (Alignment): KPI ຄວນສະທ້ອນເປົ້າໝາຍຂອງອົງກອນ ເຊັ່ນ: ຍອດຂາຍ, ກຳໄລ, ຫຼື ຄຸນນະພາບການບໍລິການ. 2 ຊັດເຈນ ແລະ ວັດແທກໄດ້ (Measurable) : ໃຊ້ຕົວເລກ ຫຼື ເກນທີ່ສາມາດວັດແທກໄດ້ ເຊັ່ນ: ເປີເຊັນ, ຍອດຂາຍ, ຈຳນວນລູກຄ້າ. 3 ສາມາດບັນລຸໄດ້ຈິງ (Achievable): ບໍ່ຄວນກຳນົດ KPI ທີ່ເກີນຄວາມເປັນຈິງ ເພາະຈະເຮັດໃຫ້ພະນັກງານຂາດກຳລັງໃຈ. 4 ກ່ຽວຂ້ອງ ແລະ ມີຄວາມສຳຄັນ (Relevant): KPI ຕ້ອງກ່ຽວຂ້ອງກັບໜ້າທີ່ຂອງພະນັກງານໂດຍກົງ. 5 ກຳນົດໄລຍະເວລາ (Time-Bound): ລະບຸກອບເວລາໃຫ້ຊັດເຈນ ເຊັ່ນ: ລາຍເດືອນ, ລາຍໄຕມາດ ຫຼື ລາຍປີ. ຕົວຢ່າງ KPI ສຳລັບແຕ່ລະພະແນກ 1 ພະແນກຂາຍ (Sales) ຍອດຂາຍຕໍ່ເດືອນ: 1,000,000 ກີບ ຈຳນວນລູກຄ້າໃໝ່: 20 ຄົນຕໍ່ເດືອນ ອັດຕາການປິດການຂາຍ: 30% ຂອງລູກຄ້າທີ່ຕິດຕໍ່. 2 ພະແນກບໍລິການລູກຄ້າ (Customer Service) ຄະແນນຄວາມພໍໃຈຂອງລູກຄ້າ (CSAT): 90% ໄລຍະເວລາຕອບກັບລູກຄ້າ: ພາຍໃນ 5 ນາທີ ຈຳນວນຂໍ້ຮ້ອງຮຽນທີ່ໄດ້ຮັບການແກ້ໄຂ: 95%. 3 ພະແນກບັນຊີ ແລະ ການເງິນ (Finance) ຄວາມຖືກຕ້ອງໃນການບັນທຶກບັນຊີ: 100% ການຈັດທຳລາຍງານການເງິນ: ພາຍໃນ 5 ມື້ຫຼັງສິ້ນສຸດເດືອນ ການຫຼຸດຕົ້ນທຶນການດຳເນີນງານ: 5% ຕໍ່ປີ. ວິທີການກຳນົດ KPI ໃຫ້ດີກັບທຸກຝ່າຍ 1 ຮ່ວມມືໃນການກຳນົດ KPI (Collaborative KPI Setting) ເປີດໂອກາດໃຫ້ພະນັກງານ ແລະ ຜູ້ຈັດການຮ່ວມກັນກຳນົດ KPI ເພື່ອສ້າງຄວາມເຂົ້າໃຈ ແລະ ການຍອມຮັບ. 2 ອະທິບາຍຈຸດປະສົງ (Transparent Communication) ຊີ້ແຈງວ່າ KPI ແຕ່ລະຕົວຖືກກຳນົດຂຶ້ນເພື່ອຫຍັງ ແລະ ຈະສົ່ງຜົນດີຕໍ່ອົງກອນ ແລະ ພະນັກງານແນວໃດ. 3 ປະເມີນ ແລະ ປັບປຸງເປັນໄລຍະ (Regular Review) ປະເມີນ KPI ທຸກໆໄຕມາດ ຫຼື ປີ ເພື່ອໃຫ້ແນ່ໃຈວ່າຍັງຄົງເໝາະສົມກັບສະພາບການເຮັດວຽກ. 4 ໃຫ້ລາງວັນ ແລະ ຜົນຕອບແທນ (Reward and Recognition) ໃຫ້ລາງວັນຕາມຜົນການປະຕິບັດງານ ເພື່ອກະຕຸ້ນໃຫ້ພະນັກງານເຮັດວຽກຕາມ KPI.
ວັນທີ: 12-11-2025 6:19 PM
ຫມວດ: ບໍລິຫານ
photo
ຂໍ້ຄວນພິຈາລະນາດັ່ງນີ້: ກ. ວິສາຫະກິດສ່ວນບຸກຄົນ: - ແມ່ນຮູບແບບທຸລະກິດທີ່ບຸກຄົນດຽວເປັນເຈົ້າຂອງ ແລະ ດຳເນີນງານ. - ບໍ່ມີການແຍກຄວາມຮັບຜິດຊອບທາງດ້ານກົດໝາຍລະຫວ່າງຊັບສິນສ່ວນຕົວຂອງເຈົ້າຂອງ ແລະ ຊັບສິນຂອງວິສາຫະກິດ. ນັ້ນຄື, ເຈົ້າຂອງຕ້ອງຮັບຜິດຊອບໜີ້ສິນຂອງວິສາຫະກິດຢ່າງບໍ່ຈຳກັດ (unlimited liability). - ມັກເປັນທຸລະກິດຂະໜາດນ້ອຍ, ລຽບງ່າຍ ແລະ ບໍ່ຕ້ອງການທຶນຈົດທະບຽນຂັ້ນຕ່ຳທີ່ສູງ. ຕົວຢ່າງ: ຮ້ານຂາຍເຄື່ອງ, ທຸລະກິດຄອບຄົວ, ຫຼື ກິດຈະການບໍລິການສ່ວນບຸກຄົນ. ຂ. ບໍລິສັດຈຳກັດຜູ້ດຽວ: - ແມ່ນຮູບແບບທຸລະກິດທີ່ມີສະຖານະເປັນນິຕິບຸກຄົນ (legal entity), ບ່ອນທີ່ບຸກຄົນດຽວເປັນເຈົ້າຂອງຮຸ້ນທັງໝົດ. - ມີການແຍກຄວາມຮັບຜິດຊອບທາງດ້ານກົດໝາຍລະຫວ່າງຊັບສິນສ່ວນຕົວຂອງເຈົ້າຂອງ ແລະ ຊັບສິນຂອງບໍລິສັດ. ເຈົ້າຂອງຮັບຜິດຊອບພຽງແຕ່ໃນຂອບເຂດທຶນທີ່ລົງທະບຽນໄວ້ (limited liability). - ຕ້ອງມີການຈົດທະບຽນຕາມກົດໝາຍຢ່າງເປັນທາງການ ແລະ ປະຕິບັດຕາມລະບຽບການທີ່ເຂັ້ມງວດກວ່າ, ເຊັ່ນ: ການລາຍງານທາງດ້ານການເງິນ ແລະ ການບັນຊີ. ສ່ວນພັນທະອາກອນທີ່ຕ້ອງປະຕິບັດ ໂດຍລວມແລ້ວບໍ່ໄດ້ຂຶ້ນກັບຮູບການສ້າງຕັ້ງວິສາຫະກິດ ແຕ່ຈະຂຶ້ນກັບຂະໜາດວິສາຫະກິດ ວ່າການດຳເນີນທຸລະກິດ ຖືກຈັດຢູ່ຂະໜາດໃດເຊັ່ນ: - ຖ້າຈັດເປັນ ວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ຫຼື ຂະໜາດໃຫຍ່ ໂດຍລວມຈະປະຕິບັດພັນທະອາກອນຄືກັນ - ຖ້າຈັດເປັນ ຈູນລະວິສາຫະກິດ ຈະຖືກປະຕິບັດພັນທະອາກອນແບບພື້ນຖານ ມີອາກອນລາຍໄດ້ຈູນລະວິສາຫະກິດ 5% ແລະ ສາມາດເລືອກທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມໄດ້ແບບສະໝັກໃຈ ຫຼື ຈະບໍ່ເຂົ້າກໍໄດ້.
ວັນທີ: 25-09-2025 9:14 PM
ຫມວດ: ບໍລິຫານ
photo
Podcast ຖ້າຢາກເປີດ ບໍລິສັດ ຫຼື ທຸລະກິດຕົນເອງ ກ່ອນອື່ນຕ້ອງຮູ້ຢ່າງໜ້ອຍ 5 ເລື່ອງນີ້
ວັນທີ: 08-06-2025 9:07 PM
ຫມວດ: ບໍລິຫານ
photo
1. ທັກສະດ້ານການວາງແຜນທຸລະກິດ (Business Planning) ການກຳນົດເປົ້າໝາຍ, ວິໄສທັດ ແລະພາລະກິດຂອງທຸລະກິດ: ການວາງທິດທາງທີ່ຈະແຈ້ງໃຫ້ທຸລະກິດເດີນໜ້າໄປຢ່າງມີຈຸດຫມາຍ. ການວິເຄາະຕະຫຼາດ ແລະວາງກົນລະຍຸດການຕະຫຼາດ: ເບິ່ງຄວາມຕ້ອງການຂອງຕະຫຼາດ ແລະວາງແຜນດຶງດູດລູກຄ້າ. ການປະເມີນຄວາມສ່ຽງ ແລະວາງແຜນຮັບມື ຫຼື ແຜນສຳຮອງ 2. ທັກສະດ້ານການບໍລິຫານການເງິນ (Financial Management) ການຈັດທຳງົບປະມານ ແລະບໍລິຫານກະແສເງິນສົດ: ຄວບຄຸມການໃຊ້ຈ່າຍໃຫ້ສົມດຸນກັບລາຍຮັບ. ການວິເຄາະຕົ້ນທຶນ, ກຳໄລ ແລະຂາດທຶນ: ຕິດຕາມຜົນການດຳເນີນງານເພື່ອຮັບປະກັນກຳໄລ ແລະ ຄວາມເຂົ້າໃຈໃນການບໍລິຫານພາສີອາກອນ ແລະ ການເງິນອົງກອນເຊັ່ນ ຮູ້ຈັກກົດໝາຍການເງິນ ເງິນຕາ ຂອງປະເທດ ເພື່ອຫຼີກເວັ້ນບັນຫາ. 3. ທັກສະດ້ານການຕະຫຼາດ ແລະການຂາຍ (Marketing and Sales) ການວິເຄາະພຶດຕິກຳຜູ້ບໍລິໂພກ ແລະແນວໂນ້ມຕະຫຼາດ: ເຂົ້າໃຈຄວາມຕ້ອງການຂອງລູກຄ້າ ແລະປັບຕົວຕາມກະແສ. ການສ້າງກົນລະຍຸດການຕະຫຼາດທັງອອນລາຍ ແລະອອບລາຍ ທັກສະການເຈລະຈາຕໍ່ລອງ ແລະປິດການຂາຍ: ສ້າງຄວາມໄວ້ວາງໃຈໃຫ້ລູກຄ້າ ແລະປະກັນຜົນສຳເລັດໃນການຂາຍ. 4. ທັກສະດ້ານການຈັດການທີມ (Team Management) ພາວະຜູ້ນຳ ແລະການສ້າງແຮງຈູງໃຈໃຫ້ທີມງານ: ນຳພາທີມໃຫ້ມີຄວາມກະຕືລືລົ້ນໃນການເຮັດວຽກ. ການສື່ສານຢ່າງມີປະສິດທິພາບ ແລະການແກ້ໄຂບັນຫາ ການບໍລິຫາຊັບພະຍາກອນມະນຸດ ແລະພັດທະນາບຸກຄະລາກອນ 5. ທັກສະດ້ານການແກ້ໄຂບັນຫາ ແລະການຕັດສິນໃຈ (Problem Solving and Decision Making) - ການວິເຄາະບັນຫາຢ່າງເປັນລະບົບ: ຄົ້ນຫາສາເຫດຂອງບັນຫາແບບມີຂັ້ນຕອນ. - ການຕັດສິນໃຈບົນພື້ນຖານຂໍ້ມູນ ແລະການປະເມີນຄວາມສ່ຽງ: ໃຊ້ຂໍ້ມູນທີ່ມີເພື່ອເລືອກທາງເລືອກທີ່ດີທີ່ສຸດ. - ການຮຽນຮູ້ຈາກຄວາມຜິດພາດ ແລະປັບປຸງຕໍ່ເນື່ອງ 6. ທັກສະດ້ານເທັກໂນໂລຢີ ແລະດິຈິຕອລ (Digital and Technological Skills) - ການໃຊ້ເຄື່ອງມື ແລະແພລດຟອມດິຈິຕອລເພື່ອການຕະຫຼາດ ແລະການຂາຍ - ການວິເຄາະຂໍ້ມູນ (Data Analysis) ເພື່ອການຕັດສິນໃຈ: ນຳຂໍ້ມູນມາວິເຄາະເພື່ອວາງແຜນທຸລະກິດ - ການນຳເທັກໂນໂລຢີມາຊ່ວຍເພີ່ມປະສິດທິພາບໃນທຸລະກິດ 7. ທັກສະດ້ານການສ້າງເຄືອຂ່າຍ (Networking) - ການສ້າງ ແລະຮັກສາຄວາມສຳພັນກັບລູກຄ້າ, ຄູ່ຄ້າ ແລະຜູ້ມີສ່ວນໄດ້ສ່ວນເສຍ - ການເຂົ້າຮ່ວມງານສຳມະນາ ແລະກຸ່ມທຸລະກິດເພື່ອແລກປ່ຽນຄວາມຄິດເຫັນ: ຂະຫຍາຍເຄືອຂ່າຍ ແລະຮຽນຮູ້ຈາກຜູ້ອື່ນ.
ວັນທີ: 31-10-2025 4:11 PM
ຫມວດ: ບໍລິຫານ
photo
1. ພາຍຫຼັງ ໄດ້ຮັບ ການອະນຸຍາດ ສ້າງຕັ້ງບໍລິສັດ ຜ່ານຂະແໜງອຸດສະຫະກໍາ ແລະ ການຄ້າ ແລ້ວຈະຕ້ອງມາແຈ້ງຫາ ຂະແໜງສ່ວຍສາອາກອນ ຕາມການສະໂນດນໍາສົ່ງມາ: - ໃບທະບຽນວິສາຫະກິດ ທີ່ອອກຢູ່ ກົມຄຸ້ມຄອງທະບຽນ ແມ່ນໃຫ້ມາ ກົມສ່ວຍສາອາກອນ; - ໃບທະບຽນວິສາຫະກິດ ທີ່ອອກຢູ່ ພະແນກອຸດສະຫະກໍາ ແລະ ການຄ້າແຂວງ ຫຼື ນະຄອນຫຼວງ ແມ່ນໃຫ້ມາ ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ; - ໃບທະບຽນວິສາຫະກິດ ທີ່ອອກຢູ່ ຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງ ຫຼື ນະຄອນ ແມ່ນໃຫ້ມາ ສ່ວຍສາອາກອນປະຈໍາເມືອງ, ນະຄອນ. 2. ເຈົ້າໜ້າທີ່ສ່ວຍສາອາກອນ ຂອງພະແນກຄຸ້ມຄອງລາຍຮັບ (ຂັ້ນກົມ) ຫຼື ຂະແໜງຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ເສຍອາກອນ (ຂັ້ນແຂວງ) ຫຼື ກຸ່ມວຽກຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ເສຍອາກອນ (ຂັ້ນເມືອງ) ຈະກວດເບິ່ງເອກະສານ ຕາມສະໂນດ ແລະ ແນະນໍາໄປຕາມຂັ້ນຄຸ້ມຄອງທີ່ຖືກຕ້ອງ, ເຊິ່ງເອກະສານປະກອບມີ: ໃບທະບຽນວິສາຫະກິດ, ສັນຍາສ້າງຕັ້ງບໍລິສັດ, ໃບມອບສິດຕ່າງໆ... ຄົບຊຸດຕາມທີ່ ຂະແໜງອຸດສະຫະກໍາ ແລະ ການຄ້າອອກໃຫ້. 3. ເຈົ້າໜ້າທີ່ສ່ວຍສາອາກອນຕາມຂັ້ນທີ່ຮັບຫົວໜ່ວຍຂອງທ່ານເຂົ້າໃນລະບົບ ຈະແນະນໍາລະບຽບການ, ນິຕິກໍາ ກ່ຽວຂ້ອງ ແລະ ນຳໄປປະກອບເອກະສານຕ່າງໆດັ່ງນີ້: - ສຳລັບ ຫົວໜ່ວຍວິສາຫະກິດ ທີ່ຂື້ນກັບກົມ ແມ່ນຈະໄດ້ປະກອບ ຄໍາແນະນຳການປະຕິບັດພັນທະອາກອນ ໃຫ້ແກ່ຫົວໜ່ວຍທຸລະກີດ ຢູ່ພະແນກຄຸ້ມຄອງເກັບລາຍຮັບ, ອອກໃບຢັ້ງຢືນເຂົ້າສູ່ລະບົບອາກອນມູນຄ່າເພີ່ມຢູ່ ພະແນກຄຸ້ມຄອງອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້, ອອກໃບອະນຸຍາດນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຢູ່ພະແນກຄຸ້ມຄອງໃບເກັບເງິນ ແລະ ສະແຕັມອາກອນ; - ສຳລັບ ຫົວໜ່ວຍ ທີ່ຂື້ນກັບແຂວງ ຫຼື ນະຄອນຫຼວງ ແມ່ນຈະໄດ້ປະກອບ ບົດບັນທຶກຮັບຮູ້ການປະຕິບັດພັນທະອາກອນ ໃຫ້ແກ່ຫົວໜ່ວຍທຸລະກີດ ຢູ່ ຂະແໜງຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ເສຍອາກອນ, ອອກໃບຢັ້ງຢືນເຂົ້າສູ່ລະບົບອາກອນມູນຄ່າເພີ່ມ, ໃບອະນຸຍາດນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຢູ່ ຂະແໜງຄຸ້ມຄອງອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ແລະ ໃບເກັບເງິນ; - ສຳລັບ ຫົວໜ່ວຍທີ່ຂື້ນກັບເມືອງ, ນະຄອນ ແມ່ນຈະໄດ້ ປະກອບ ບົດບັນທຶກຮັບຮູ້ການປະຕິບັດພັນທະອາກອນ, ໃບຢັ້ງຢືນເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ຢູ່ ກຸ່ມວຽກ ຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ເສຍອາກອນ, ອອກໃບອະນຸຍາດນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຢູ່ ກຸ່ມວຽກບໍລິຫານ-ສັງລວມ. 4. ເມື່ອທ່ານ ປະກອບເອກະສານ ຄົບຖ້ວນຖືກຕ້ອງ ແລະ ຮັບຮູ້ການແຈ້ງການມອບດ້ວຍຕົນເອງສຳເລັດແລ້ວ, ທ່ານສາມາດນໍາໃຊ້ເຄື່ອນໄຫວທຸລະກິດຂອງທ່ານໄດ້ເລີຍ.
ວັນທີ: 26-09-2025 3:50 PM
ຫມວດ: ບໍລິຫານ
photo
ສ້າງຕັ້ງບໍລິສັດ ດ້ວຍທຶນຈົດທະບຽນ 500,000,000 ກີບ ຕ້ອງເສຍຄ່າ ທຳນຽມເທົ່າໃດ? ແມ່ນອີງຕາມ ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ເລກທີ 002/ປປທ, ລົງວັນທີ 11 ມິຖຸນາ 2021
ວັນທີ: 01-09-2025 8:16 AM
ຫມວດ: ບໍລິຫານ
photo
ນັກສຶກສາທີ່ເລືອກຮຽນ ສາຍບໍລິຫານທຸລະກີດ ຄວນລົງເລິກຝຶກຜົນ 7 ດ້ານນີ້ ເພື່ອໃຫ້ເກີດປະໂຫຍດທີ່ສຸດ ເພື່ອນຳມາໃຊ້ຕົວຈິງ ເຊິ່ງໄດ້ແກ່: 1. ການຈັດການ ແລະ ການວາງແຜນ (Management & Strategy) ການວາງແຜນທຸລະກິດທັ້ງລະຍະສັ້ນ ແລະ ລະຍະຍາວ, ການຈັດໂຄງສ້າງອົງກອນ ແລະ ການມອບໝາຍວຽກງານ, ການບໍລິຫານເວລາ ແລະ ຊັບພະຍາກອນ 2. ການເງິນ ແລະ ບັນຊີ (Finance & Accounting) ການວິເຄາະການເງິນ ເຊັ່ນ: ຜົນການດຳເນີນງານ, ຖານະການເງິນ ແລະ ກະແສເງິນສົດ ເພື່ອສາມາດປະເມີນຄວາມສ່ຽງ ແລະ ສັກກະຍະພາບຂອງທຸລະກິດ ເຊິ່ງຈະຊ່ວຍໃຫ້ສາມາດກຳນົດທິດທາງແກ້ໄຂ, ປັບປຸງ ດ້ານອ່ອນ ຫຼື ເສີມຂະຫຍາຍຈຸດແຂງຂອງຕົນ. ການບໍລິຫານຕົ້ນທຶນ ແລະ ກໍາໄລ ເພື່ອສາມາດຄວບຄຸມຕົ້ນທຶນໃຫ້ມີປະສິດທິຜົນ ແລະ ທີ່ຂາດບໍ່ໄດ້ກໍຄືເລື່ອງການວາງແຜນພາສີອາກອນ ແລະ ເງິນທຶນໝູນວຽນ ຂອງອົງກອນໃຫ້ພຽງພໍກັບການດຳເນີນ ຫຼື ຂະຫຍາຍທຸລະກິດ. 3. ການຕະຫຼາດ ແລະ ລູກຄ້າ (Marketing & Customer Insight) ຄວນສຶກສາດ້ານການວິເຄາະຕະຫຼາດ ແລະ ພຶດຕິກຳຜູ້ບໍລິໂພກ, ຍຸທະສາດການສ້າງ Branding ແລະ ການສື່ສານການຕະຫຼາດ ລວມທັງການເບິ່ງແຍງ ແລະ ຮັກສາລູກຄ້າ (CRM) ໃຫ້ມີປະສິດທິຜົນ ເພື່ອເພີ່ມໂອກາດໃນສ່ວນແບ່ງຕະຫຼາດໃຫ້ສູງຂຶ້ນ 4. ບຸກຄະລາກອນ (Human Resource Management – HRM) ຄວນສຶກສາກ່ຽວກັບ ວິທີການຮັບເຂົ້າ ແລະ ການພັດທະນາພະນັກງານ, ການສ້າງແຮງຈູງໃຈ ແລະ ວັດທະນະທໍາອົງກອນ, ການປະເມີນຜົນງານ ແລະ ການບໍລິຫານທີມງານ 5. ການປະຕິບັດງານ ແລະ ໂລຈິສຕິກ (Operations & Logistics) ຄວນລົງເລິກສຶກສາກ່ຽວກັບ ການວາງລະບົບວຽກງານໃຫ້ມີປະສິດທິພາບ, ການຈັດການຊັບພະຍາກອນສິນຄ້າ ແລະ ຮ່ວງໂສ້ອຸປະທານ, ການຄວບຄຸມຄຸນນະພາບສິນຄ້າ ແລະ ການບໍລິການ 6. ເທັກໂນໂລຊີ ແລະ ນະວັດຕະກໍາ (Technology & Innovation) ຄືການສຶກສາ ການໃຊ້ຊອບແວ/ລະບົບ ERP ຫຼື ໂປຣແກຣມບັນຊີ, ການເຮັດ Digital Transformation (ການຕະຫຼາດອອນລາຍ, AI, Big Data), ການພັດທະນາສິນຄ້າ ແລະ ບໍລິການໃຫມ່ໃຫ້ສອດຄ່ອງກັບຄວາມຕ້ອງການຕະຫຼາດ 7. ກົດໝາຍ ແລະ ການຄຸ້ມຄອງຕາມລະບຽບການ (Legal & Compliance) ຄວນສຶກສາກ່ຽວກັບ ຄວາມຮູ້ກ່ຽວກັບກົດໝາຍທຸລະກິດ, ສ່ວຍສາອາກອນ, ພາສີ, ແຮງງານ ແລະ ກົດໝາຍອື່ນໆທີ່ຕິດພັນກັບທຸລະກິດ ເຊັ່ນ: ການປົກປ້ອງຊັບສິນທາງປັນຍາ (IP), ການເຮັດສັນຍາ ແລະ ການປ້ອງກັນຄວາມສ່ຽງທາງ ກົດໝາຍ
ວັນທີ: 03-09-2025 8:01 AM
ຫມວດ: ບໍລິຫານ
photo
1. ກຸ່ມທຸລະກິດ (Business Group) ໝາຍເຖິງ ກຸ່ມບໍລິສັດ ຫຼື ກິດຈະການທີ່ມີຄວາມສຳພັນກັນພາຍໃຕ້ ການຄວບຄຸມ ຫຼື ຄວາມເປັນເຈົ້າຂອງຮ່ວມກັນ ເຊັ່ນ ບໍລິສັດແມ່ (Parent Company) ແລະ ບໍລິສັດລູກ (Subsidiaries) ຫຼື ບໍລິສັດໃນເຄືອ (Affiliates) ໂດຍລັກສະນະສຳຄັນ: - ມີເຈົ້າຂອງຫຼັກ ຫຼື ຜູ້ຖືຫຸ້ນໃຫຍ່ຮ່ວມກັນ - ມີໂຄງສ້າງຊັດເຈນ ເຊັ່ນ Holding company ເປັນຕົ້ນ - ການບໍລິຫານ ແລະ ຍຸທະສາດ ມັກຈະຖືກກຳນົດຈາກສູນກາງ 2. ເຄືອຂ່າຍທຸລະກິດ (Business Network) ໝາຍເຖິງ ການເຊື່ອມໂຍງລະຫວ່າງທຸລະກິດຫຼາຍທຸລະກິດ ທີ່ອາດຈະ ບໍ່ຈຳເປັນຕ້ອງມີການຖືຮຸ້ນ ຫຼື ການຄວບຄຸມກັນໂດຍກົງ ແຕ່ເຊື່ອມໂຍງກັນເພື່ອປະໂຫຍດຮ່ວມກັນ ເຊັ່ນ ການຮ່ວມມືທາງການຄ້າ, ການແລກປ່ຽນຂໍ້ມູນ ຫຼື Supply Chain ໂດຍມີ ລັກສະນະສຳຄັນ: - ຄວາມສຳພັນແບບພັນທະມິດ (Partnership/Alliance) - ບໍ່ຈຳເປັນຕ້ອງມີການເປັນເຈົ້າຂອງຮ່ວມກັນ - ມີຄວາມຍືດຍື່ນສູງ ສາມາດເຂົ້າຮ່ວມ ຫຼື ຖອນຕົວອອກໄດ້ ຕົວຢ່າງ: ເຄືອຂ່າຍຜູ້ຜະລິດ ແລະ ຜູ້ຈັດຈຳໜ່າຍສິນຄ້າ (Supplier – Distributor – Retailer) ແລະ ເຄືອຂ່າຍທຸລະກິດແຟຣນໄຊນ໌ ເປັນຕົ້ນ
ວັນທີ: 10-09-2025 2:24 PM
ຫມວດ: ບໍລິຫານ
photo
ກ. ໜ້າທີ່ຫຼັກຂອງຝ່າຍຈັດຊື້: 1. ການວາງແຜນການຈັດຊື້: ສຶກສາຄວາມຕ້ອງການຈາກຝ່າຍຕ່າງໆ, ສ້າງແຜນການຈັດຊື້ທີ່ເໝາະສົມກັບງົບປະມານ ແລະ ເວລາ. 2. ຄັດເລືອກ ແລະ ປະເມີນຜູ້ຂາຍ: ໂດຍສົມທຽບຜູ້ຂາຍ, ກວດສອບຄຸນນະພາບ, ລາຄາ, ເງື່ອນໄຂການຊຳລະ ແລະຄວາມເຊື່ອຖື 3. ການສັ່ງຊື້ (Procurement Process): ສ້າງໃບຂໍຈັດຊື້, ສ້າງໃບສັ່ງຊື້ (Purchase Order), ເຈລະຈາຕໍ່ລອງລາຄາ ແລະ ເງື່ອນໄຂການຊຳລະ. 4. ຕິດຕາມການສົ່ງມອບ (Delivery & Logistics): ກວດສອບສະຖານະການສົ່ງເຄື່ອງ, ປະສານງານກັບຝ່າຍສາງ ແລະ ຝ່າຍທີ່ກ່ຽວຂ້ອງ 5. ກວດຮັບ ແລະ ປະເມີນຜົນການຈັດຊື້: ກວດສອບຄຸນນະພາບ ແລະ ປະລິມານສິນຄ້າທີ່ໄດ້ຮັບ, ບັນທຶກຂໍ້ມູນຜູ້ຂາຍ ແລະ ປະເມີນຜົນເພື່ອໃຊ້ໃນອະນາຄົດ 6. ຄວບຄຸມຕົ້ນທຶນ ແລະ ສະໜັບສະໜູນຍຸທະສາດຂອງບໍລິສັດ ເຊັ່ນ: ຫຼຸດຄ່າໃຊ້ຈ່າຍໂດຍບໍ່ກະທົບຄຸນນະພາບ ແລະ ສະໜັບສະໜູນການຜະລິດ ແລະ ການຂາຍໃຫ້ດຳເນີນໄດ້ຕໍ່ເນື່ອງ ຂ. ຄວາມສ່ຽງໃນການປະຕິບັດງານຂອງຝ່າຍຈັດຊື້ ທີ່ຄວນເອົາໃຈໃສ່: 1. ຄວາມສ່ຽງດ້ານລາຄາ ແລະ ຕົ້ນທຶນ: ຊື້ສິນຄ້າແພງເກີນຄວາມເປັນຈິງ ແລະ ບໍ່ໄດ້ປຽບທຽບລາຄາຫຼາຍແຫຼ່ງ 2. ຄວາມສ່ຽງດ້ານຄຸນນະພາບສິນຄ້າ: ໄດ້ສິນຄ້າທີ່ບໍ່ກົງຕາມການສັ່ງຊື້ ຫຼື ມາດຕະຖານທີາກຳນົດ, ອາດສົ່ງຜົນກະທົບຕໍ່ການຜະລິດ ຫຼື ຄວາມພໍໃຈຂອງລູກຄ້າ 3. ຄວາມສ່ຽງດ້ານຜູ້ຂາຍ: ຜູ້ຂາຍສົ່ງຂອງຊ້າ ຫຼື ສົ່ງບໍ່ຄົບ ເຊິ່ງອາດເຮັດໃຫ້ຂາດຄວາມເຊື່ອຖືຈສກລູກຄ້າ → ກະທົບຕໍ່ທຸລະກິດ 4. ຄວາມສ່ຽງດ້ານເອກະສານ ແລະ ກົດໝາ: ເອກະສານຈັດຊື້ບໍ່ຖືກຕ້ອງ → ປັນຫາການກວດສອບບັນຊີ ແລະ ບໍ່ປະຕິບັດຕາມລະບຽບການຈັດຊື້ຂອງບໍລິສັດວາງອອກ 5. ຄວາມສ່ຽງດ້ານທຸຈະລິດ (Fraud Risk): ມີການສົມຍອມລາຄາກັບຜູ້ຂາຍ ຫຼື ເລືອກຊື້ຈາກຜູ້ຂາຍທີ່ບໍ່ມີຄຸນນະພາບເນື່ອງຈາກຜົນປະໂຫຍດສ່ວນຕົວ 6. ຄວາມສ່ຽງດ້ານລະບົບ ແລະ ຂໍ້ມູນ ເຊັ່ນ: ບັນທຶກຂໍ້ມູນຜິດພາດ → ເກີດປັນຫາເຄື່ອງຄ້າງສາງ ແລະ ງົບປະມານ ແລະ ບໍ່ມີການສຳຮອງຂໍ້ມູນ ຫຼື ໃຊ້ລະບົບບໍ່ປອດໄພ ດັ່ງນີ້ເປັນຕົ້ນ. ຄ. ສິ່ງທີ່ພະນັກງານຈັດຊື້ໃໝ່ຄວນສຶກສາ ແລະ ເອົາໃຈໃສ່ : 1. ສຶກສາ ແລະ ປະຕິບັດຕາມ ຂັ້ນຕອນ ແລະ ລະບຽບການຈັດຊື້ຂອງບໍລິສັດ 2. ຝຶກທັກສະການເຈລະຈາຕໍ່ລອງ (Negotiation Skills) 3. ການປະເມີນ ແລະ ຄັດເລືອກຜູ້ຂາຍ 4. ຄວນມີຄວາມຮູ້ດ້ານບັນຊີ ແລະ ເອກະສານການເງິນ 5. ການໃຊ້ລະບົບ ERP ຫຼື ໂປຣແກຣມຈັດຊື້( ເຊັ່ນ ໂປຣແກຣມ ປະກາຍທິບ ) ເພື່ອເຮັດວຽກໄດ້ໄວ ແລະ ແມ່ນຍຳ 6. ກົດໝາຍ, ຈັນຍາບັນ ແລະ ຄວາມໂປ່ງໃສ ເປັນສຳຄັນ
ວັນທີ: 09-09-2025 3:32 PM