
ຖ້າເວົ້າເຖິງ ຜູ້ປະກອບການ ຫຼື ເຈົ້າຂອງທຸລະກິດ ບໍ່ວ່າຈະເປັນທຸລະກິດນ້ອຍ ຫຼື ໃຫຍ່ ສິ່ງທີ່ຕ້ອງມີແທ້ໆ ຄື ທັກສະທີ່ຊ່ວຍໃຫ້ຢູ່ລອດໄດ້ໃນໄລຍະຍາວ ໂດຍມີ 3 ຂໍ້ທີ່ເປັນຫຼັກທີ່ສຳຄັນທີ່ສຸດ ດັ່ງນີ້:
3 ທັກສະນີ້ໄດ້ແກ່:
1. ການເງິນ → ຮັກສາເລືອດຂອງທຸລະກິດ
2. ຄົນ ແລະ ທີມ → ສ້າງກ້າມເນື້ອໃຫ້ທຸລະກິດເຕີບໂຕ
3. ຍຸທະສາດ ແລະ ການແກ້ບັນຫາ → ເປັນສະໝອງທີ່ນຳພາທຸລະກິດໄປຖືກທິດ ແລະ ເປົ້າໝາຍກຳນົດ.
ເພື່ອໃຫ້ເຫັນພາບລະອຽດຂຶ້ນ ຈະຂໍຂະຫຍາຍຄວາມດັ່ງນີ້:
1. ທັກສະການຄຸ້ມຄອງການເງິນ (Financial Management)
ຮູ້ຈັກການວາງແຜນກະແສເງິນສົດ (Cash Flow), ແຍກໃຫ້ອອກລະຫວ່າງ ກຳໄລ ກັບ ເງິນສົດທີ່ໝູນວຽນຢູ່ໃນທຸລະກິດ, ຕັດສິນໃຈກ່ຽວກັບການລົງທຶນ, ກູ້ຢືມ, ຫຼື ຊຳລະໜີ້ດ້ວຍເຫດຜົນ ແລະ ເຂົ້າໃຈຕົວເລກພື້ນຖານທາງການເງິນ ເຊັ່ນ: ກຳໄລຂັ້ນຕົ້ນ (Gross Profit), ຈຸດຄຸ້ມທຶນ (Break-even) ແລະ ຜົນຕອບແທນຈາກການລົງທຶນ (ROI) ເປັນຕົ້ນ.
- ເພາະທຸລະກິດຫຼາຍແຫ່ງລົ້ມເຫຼວ ບໍ່ແມ່ນຍ້ອນ “ຂາຍບໍ່ໄດ້” ແຕ່ຍ້ອນ “ເງິນສົດໝູນບໍ່ທັນ”
2. ທັກສະການບໍລິຫານຄົນ ແລະ ທີມງານ (People & Leadership Skills)
ຈັດສັນໃຫ້ຄົນຢູ່ໃນຕຳແໜ່ງທີ່ເໝາະສົມ (Right People, Right Job), ສ້າງແຮງຈູງໃຈ ແລະ ຄວາມຜູກພັນໃຫ້ກັບທີມງານ, ສື່ສານຢ່າງຊັດເຈນ ເພື່ອຫຼຸດຜ່ອນຄວາມເຂົ້າໃຈຜິດ ແລະ ກ້າມອບໝາຍ ແລະ ໄວ້ວາງໃຈທີມງານ.
- ເຈົ້າຂອງທຸລະກິດທີ່ເຮັດທຸກຢ່າງດ້ວຍຕົນເອງຈະເມື່ອຍເກີນໄປ ແລະ ອາດສູນເສຍທິດທາງແບບບໍ່ຮູ້ໂຕ ດ້ວຍເຫດນັ້ນ ການສ້າງທີມ ແລະ ລະບົບທີ່ດີ ຄືຫົວໃຈຂອງການຂະຫຍາຍທຸລະກິດ.
3. ທັກສະການຄິດແບບກົນລະຍຸດ ແລະ ແກ້ບັນຫາ (Strategic Thinking & Problem Solving)
ເບິ່ງໃຫ່ເຫັນພາບລວມ ແລະ ແນວໂນ້ມຂອງຕະຫຼາດ ຫຼື ຄູ່ແຂ່ງ, ຄິດວິເຄາະໂອກາດ ແລະ ຄວາມສ່ຽງກ່ອນຕັດສິນໃຈ, ປັບຕົວໄດ້ໄວເມື່ອສະຖານະການປ່ຽນແປງ ແລະ ໃຊ້ຂໍ້ມູນ (Data-driven) ຫຼາຍກວ່າຄວາມຮູ້ສຶກ.
- ທຸລະກິດປ່ຽນແປງໄວຫຼາຍ. ຖ້າຂາດການເບິ່ງອະນາຄົດ ແລະ ການວາງແຜນທີ່ດີ ກໍຈະຖືກຕະຫຼາດປະໄວ້ຂ້າງຫຼັງ.